ຈະຈັດຕັ້ງປະຕິບັດ ການລົງທະບຽນ ເພື່ອຮັບສະໝັກສອບເສັງ ຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາ 2022 - 2023

ຈະຈັດຕັ້ງປະຕິບັດ ການລົງທະບຽນ ເພື່ອຮັບສະໝັກສອບເສັງ ຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາ 2022 - 2023

ການເຂົ້າສຶກສາ
ການຄົ້ນຄວ້າ
ຫຼັກສູດການຮຽນ

ມະຫາວິທະຍາໄລແຫ່ງຊາດ.

(ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ ປີ 1996, ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9/6/1995; ໂດຍການໂຮມເອົາ ສະຖາບັນການສຶກສາຊັ້ນສູງເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະຍາວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງ ຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງ ໄຟຟ້າ ເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.
 

ການແລກປ່ຽນຮັກສຶກສາ

ມະຫາວິທະຍາໄລແຫ່ງຊາດມີການແລກປ່ຽນຮ່ວມມືກັບ ມະຫາວິທະຍາໄລຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 31 ປະເທດ ເຊິ່ງຈຸດປະສົງຂອງການຮ່ວມມືແມ່ນເພື່ອແລກປ່ຽນທາງດ້ານວິຊາການ, ນັກສຶກສາ, ພະນັກງານ, ຄູ-ອາຈານ  ແລະເພື່ອຄົ້ນຄວ້າວິທະຍາສາດ. 

ທຶນມູນນິທິການສຶກສາ

ທຶນມູນນິທິການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນຈັດຕັ້ງຂຶ້ນເພື່ອຊ່ວຍເຫຼືອນັກສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກສອກຫຼີກ,  ກໍາພ້າ,  ກໍາພອຍໃຫ້ມີໂອກາດໄດ້ຮຽນຕໍ່ໃນ     ມະຫາວິທະຍາໄລແຫ່ງຊາດ ຈົນຈົບ. ເພື່ອຊຸກຍູ້ - ສົ່ງເສີມ ນັກສຶກສາທີ່ຮຽນເກັ່ງໃຫ້ຮຽນເກັ່ງຕະຫຼອດໄປ ເພື່ອສ້າງນັກວິຊາການໃຫ້ແກ່ທ້ອງຖິ່ນຫ່າງໄກສອກຫຼີກ.
 

ຂ່າວ ແລະ ກິດຈະກຳເດັ່ນ

ມະຫາວິທະຍາໄລເຕັກນິກນະຄອນດານັງ ສສ ຫວຽດນາມ ມາຢ້ຽມຢາມ ຮພຊ

ໃນຕອນເຊົ້າ ວັນທີ 30 ກັນຍາ 2022 ທີ່ໂຮງຮຽນ ພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍໄລ(ຮພຊ) ມະຫາວິທະຍາໄລແຫ່ງຊດ(ມຊ) ໄດ້ຕ້ອນຮັບການມາຢ້ຽມ ຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລເຕັກນິກນະຄອນດານັງ ສສ ຫວຽດນາມ,  ນຳໂດຍ ທ່ານ ປອ. ຮວາງຢູ້ງ ຮອງຜູ້ອໍານວຍການ ມະຫາວິທະຍາໄລເຕັກນິກນະຄອນດານັງ ພ້ອມດ້ວຍຄະນະ . ໂດຍມີທ່ານ ຮສ. ປອ. ຄໍາພຸດ...

ສະຖາບັນຂົງຈື ມຊ ຈັດການສອບເສັງຄັດເລືອກນັກສຶກສາເຂົ້າຮຽນສາຂາຄູພາສາຈີນ

     ໃນວັນທີ 19 ສິງຫາ 2022 ນີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສາຂາຄູພາສາຈີນ ປະຈໍາສົກສຶກສາ 2022-2023 ຂຶ້ນທີ່ສະຖາບັນຂອງຕົນ. ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ມີທ່ານ ສຈ. ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ,...